ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ເຂົ້າຢ້ຽມຂ່ຳນັບ


    ໃນວັນທີ 8 ສິງຫາ 2023 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ ມາຕິນ ເທເລີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດ
ທະນາ (UNDP), ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຄົນໃໝ່. ໃນໂອກາດນີ້, ທ່ານ ພົນເອກ ຈັນສະ
ໝອນ ຈັນຍາລາດ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຍອ້ງຍໍຊົມເຊີຍຕໍ່ ທ່ານ ນາງ ມາຕິນ ເທເລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າ
ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ຄົນໃໝ່ ແລະ ຫວັງວ່າທ່ານ ຈະສືບຕໍ່ຊຸກຍູ້ສົ່ງເສີມປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າລວມເວົ້າສະເພາະ ກໍຄືຂົງເຂດວຽກງານແກ້ໄຂໄພພິບັດທາງທໍາມະຊາດ ແລະ ວຽກງານກວດ
ກູ້ລະເບີດບໍ່ທັນແຕກ ທິ່ຕົກຄ້່ງໃນສະໄຫມສົງຄາມ ແລະ ບັນຫາອື່ນໆ.

     ໂອກາດດຽວກັນ, ທ່ານ ນາງ ມາຕິນ ເທເລີ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ສະຫາຍ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້
ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ນີ້, ຈະສຸມທຸກຄວາມພະຍາຍາມທັງທາງ
ດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໂດຍ:

ແຫຼ່ງທີ່ມາ ສຸເວດ
ວັນທີ 09/08/2023